Skip to content
ຜູ້ນຳດ້ານການສຳຫຼວດ ແລະ ອອກແບບສະຖາປັດຕະຍາະກຳ

ສຳລັບທີ່ພັກອາໄສ ແລະ
ການອອກແບບໂຄງສ້າງ
ສຳລັບ ອາຄານ ທຸກຂະໜາດ

ພ້ອມສົ່ງມອບຜົນງານທີ່ເໜືອລະດັບໃຫ້ກັບທຸກໂຄງການ

About

ປະສົບການຫຼາຍປີໃນການກໍ່ສ້າງ

SUMMIT HOME
CO.,LTD

ຄວາມເປັນມາ
ບໍລິສັດ ຊຳມິດໂຮມ ຈຳກັດ ກໍ່ຕັ້ງຂຶ້ນ ໃນປີ 2013 ໂດຍໃຫ້ ບໍລິການທາງດ້ານການສຳຫຼວດ ແລະ ອອກແບບສະຖາປັດຕະຍະກຳ ສຳລັບເຮືອນທີ່ຢູ່ພັກອາໄສ ແລະ ການອອກແບບໂຄງສ້າງ ສຳລັບອາຄານຂະໜາດກາງ ຕະຫຼອດຮອດໂຮງງານ ແລະ ສາງສິນຄ້າ. ນັບແຕ່ປີ 2013 ພວກເຮົາໄດ້ມຸ່ງໝັ້ນ ທີ່ຈະນຳສະເໜີ ບໍລິການວາງແຜນກ່ອນການກໍ່ສ້າງ, ອອກແບບ ແລະ ການບໍລິຫານ ການກໍ່ສ້າງສຳລັບໂຄງການທຸກປະເພດພາຍໃຕ້ການບໍລິການດ້ວຍ ຄວາມຊື່ສັດຂອງພວກເຮົາໃຫ້ແກ່ລູກຄ້າ.

ວິໄສທັດ
ເພື່ອຍົກລະດັບ ການໃຫ້ບໍລິການໃນດ້ານອຸດສາຫະກຳກໍ່ສ້າງ ໃຫ້ດີທີ່ສຸດ ພ້ອມມອບຜົນງານທີ່ເໜືອລະດັບໃຫ້ກັບທຸກໂຄງການ ແລະ ເປັນຕົວເລືອກທີ່ດີທີ່ສຸດ ເພື່ອຕອບສະໜອງໃຫ້ກັບລູກຄ້າຫຼາຍທີ່ສຸດ.

ເປົ້າໝາຍ
ສະໜອງ ແລະ ແກ້ໄຂການກໍ່ສ້າງທີ່ມີຄຸນນະພາບແກ່ລູກຄ້າຂອງພວກເຮົາ ໂດຍໃຊ້ຄວາມຊຳນານຂອງພວກເຮົາ ໃນການອອກແບບ, ສ້າງສັນ ແລະ ປັບປຸງອົງປະກອບຂອງອາຄານ ເພື່ອຕອບສະໜອງຄວາມພໍໃຈຂອງລູກຄ້າ ຂອງພວກເຮົາ ໂດຍການບັນລຸໂຄງການທີ່ດີທີ່ສຸດ ເພື່ອຄຸນນະພາບທີ່ດີເລີດ ແລະ ທັນເວລາ.
explore the features

ຄະຕິຂອງພວກເຮົາ

  • ການບໍລິຫານດຳເນີນວຽກຂອງພວກເຮົາ ເປັນໄປດ້ວຍຄວາມຊື່ສັດ ແລະ ຍຸຕິທຳ
  • ການສະໜອງວັດສະດຸ ແລະ ການບໍລິການ ທີ່ມີຄຸນນະພາບຂອງພວກເຮົາ ພາຍໃນໄລຍະເວລາທີ່ກຳນົດໄວ້
  • ທີມງານວິສະວະກອນ ແລະ ທີມງານບໍລິຫານ ທີ່ມີຄຸນນະພາບ ແລະ ປະສົບການ
  • ເອົາໃຈໃສ່ຄວາມຕ້ອງການຂອງລູກຄ້າ

ທີມງານຂອງພວກເຮົາ

ໃນຫຼາຍປີທີ່ຜ່ານມາ, ພວກເຮົາໄດ້ດຳເນີນວຽກງານຫຼາກຫຼາຍໂຄງການທີ່ທ້າທາຍ ແລະ ທັກສະທີ່ສະສົມເຊິ່ງສາມາດເຮັດໃຫ້ທີມງານຂອງພວກເຮົາມີທັກສະງານສີມື ແລະ ຄວາມຊຳນານໃນຫຼາຍໆດ້ານຫຼາຍຂຶ້ນ, ໃນນີ້ປະກອບດ້ວຍ ວິສະວະກອນໂຍທາ, ວິສະວະກອນໄຟຟ້າ ແລະ ວິສະວະກອນນ້ຳ, ວິສະວະກອນສິ່ງແວດລ້ອມຮ່ວມກັບສະຖາປະນິກ ແລະ ນັກວິຊາການທີ່ສາມາດໃຫ້ຄໍາແນະນໍາແນວທາງການກໍ່ສ້າງນະວັດຕະກຳ ແລະ ການຄຸ້ມຄອງໂຄງການທີ່ຮັບຜິດຊອບເພື່ອຮັບປະກັນລະດັບສູງສຸດຂອງຄຸນນະພາບ ແລະ ງານສີມືຕັ້ງແຕ່ເລີ່ມຕົ້ນຈົນເຖິງສຳເລັດ. ດ້ວຍເຫດຜົນເຫຼົ່ານີ້, ພວກເຮົາເຊື່ອຢ່າງຍິ່ງວ່າ ຊໍາມິດໂຮມສາມາດນໍາພາໂຄງການຂອງທ່ານໃຫ້ປະສົບຜົນສໍາເລັດໄດ້ຕາມທີ່ຄາດຫວັງໄວ້ໃຫ້ມີປະສິດທິຜົນສູງສຸດໂດຍຖືເອົາຄວາມພໍໃຈຂອງລູກຄ້າເປັນຫຼັກ.

ລາຄາ ແລະ ການຄາດຄະເນ

ຄ່າໃຊ້ຈ່າຍ, ມັກຈະເປັນປັດໃຈທີ່ສໍາຄັນ ແລະ ເປັນເລື່ອງທີ່ດີທີ່ສຸດຫາກທັງສອງຝ່າຍສາມາດຕົກລົງທີ່ຈະດໍາເນີນໂຄງການດ້ວຍຄວາມໝັ້ນໃຈທັງສອງຝ່າຍ. ພວກເຮົາສາມາດຕົກລົງໄດ້ໂດຍການໃຫ້ລາຍລະອຽດທີ່ຖືກຕ້ອງ ແລະ ລາຍລະອຽດຂອງຄ່າໃຊ້ຈ່າຍ ໂດຍອະນຸຍາດໃຫ້ລູກຄ້າສາມາດເບິ່ງຄ່າໃຊ້ຈ່າຍຂອງແຕ່ລະລາຍການ, ເງິນອຸດໜູນ ແລະ ການຄາດຄະເນແຮງງານ. ພວກເຮົານໍາໃຊ້ອັດຕາກໍາໄລເລັກນ້ອຍສໍາລັບມາດຕະຖານຂອງພວກເຮົາ ພວກເຮົາສະໜອງສຳເນົາໃບຮັບເງິນ ແລະ ໃບແຈ້ງໜີ້ທັງໝົດໃຫ້ລູກຄ້າຂອງພວກເຮົາໃນແຕ່ລະຄັ້ງ. ສິ່ງນີ້ເຮັດໃຫ້ລູກຄ້າຂອງພວກເຮົາໄດ້ຮັບຂໍ້ມູນທີ່ຄົບຖ້ວນ ແລະ ລາຍງານການເບີກຈ່າຍໃນແຕ່ລະຄັ້ງ. ໂດຍບໍ່ມີການຄິດໄລ່ລາຄາເກີນງົບຕົວຈິງ.

ການສະໜອງວັດສະດຸ ແລະ ການຈັດຊື້

ຕົ້ນທຶນຂອງການສະໜອງວັດສະດຸ ອາດມີຄວາມແຕກຕ່າງກັນຫຼາຍ ໃນທຸລະກິດການກໍ່ສ້າງ ສິ່ງທີ່ສຳຄັນຄື ການສະໜອງວັດສະດຸ ຕ້ອງມາຈາກແຫຼ່ງທີ່ເຊື່ອຖືໄດ້, ຮັບປະກັນສິນຄ້າທີ່ໄດ້ຮັບມາດຕະຖານ, ລາຄາທີ່ເໝາະສົມ ແລະ ສະໜອງວັດສະດຸທີ່ວ່ອງໄວ.
ດັ່ງນັນ ພວກເຮົາເຊື່ອວ່າ ການຈັດຊື້ທີ່ດີເປັນຫົວໃຈຫຼັກ ຂອງໂຄງການທີ່ຈະສາມາດສຳເລັດຕາມຄາດໝາຍທີ່ຕັ້ງໄວ້

ການບໍລິການ

ການບໍລິການຂອງພວກເຮົາ

ບໍລິການ ກ່ອນການກໍ່ສ້າງ

ວາງແຜນເບື້ອງຕົ້ນ, ສ້າງສົມໝຸດຖານ ທາງການເງິນ ແລະ ປະສິດທິພາບທັງໝົດ.

ສະຖາປັດຕະຍະກຳ - ວິສະວະກໍາອອກແບບ
ແລະ ການກໍ່ສ້າງ

ໃຫ້ບໍລິການດ້ານສະຖາປັດຕະຍະກຳ ແລະ ວິສະວະກໍາ ທີ່ໄດ້ຮັບການດັດແກ້ເພື່ອສອດຄ່ອງກັບຂອບເຂດຂອງໂຄງການ.

ບໍລິການ ອອກແບບ ແລະ ການສ້າງແບບສຳເລັດຮູບ

ການວາງແຜນເຄຫາ ແລະ ຜັງເມືອງ

ເລີ່ມແຕ່ແຜນເບື້ອງຕົ້ນ ຂອງໂຄງການຂະໜາດນ້ອຍ, ການບູລະນະ, ພັດທະນາ ແລະ ອະສັງຫາຂະໜາດໃຫຍ່.

ການຄຸ້ມຄອງໂຄງການ

ເບິ່ງແຍງ ຄຸ້ມຄອງ ຂັ້ນຕອນການດຳເນີນງານ, ການວາງແຜນ, ການກຳນົດເວລາ, ການດຳເນີນໂຄງການຕາມຂັ້ນຕອນ ແລະ ຮັບປະກັນ ການສຳເລັດໂຄງການຕາມຄາດໝາຍ

ການປັບປຸງ ແກ້ໄຂອາຄານ

ປະເມີນຄວາມເປັນໄປໄດ້ ແລະ ພິສູດ ເພື່ອການຕໍ່ເຕີມ, ສ້ອມແປງ, ປັບປຸງ ເລີ່ມແຕ່ເຮືອນຂະໜາດນ້ອຍ ຈົນຮອດອາຄານຂະໜາດໃຫຍ່

ໂຄງການກໍ່ສ້າງ

ໂຄງການ ລ່າສຸດ

Lao ONLY VER Summit Home company profile draft1-31
ເຈົ້າຂອງໂຄງການ: ເອກະຊົນ ທີ່ຕັ້ງ: ບ້ານ ດອນແດງ, ເມືອງ...
ອ່ານເພີ່ມ
Lao ONLY VER Summit Home company profile draft1-31
ເຈົ້າຂອງໂຄງການ: ເອກະຊົນ ທີ່ຕັ້ງ: ບ້ານ ດອນແດງ, ເມືອງ...
ອ່ານເພີ່ມ
Lao ONLY VER Summit Home company profile draft1-31
ເຈົ້າຂອງໂຄງການ: ເອກະຊົນ ທີ່ຕັ້ງ: ບ້ານ ຄຳຮຸງ, ເມືອງ...
ອ່ານເພີ່ມ
Lao ONLY VER Summit Home company profile draft1
ເຈົ້າຂອງໂຄງການ: ເອກະຊົນ ທີ່ຕັ້ງ: ບ້ານ ວັງຊາຍ, ເມືອງ...
ອ່ານເພີ່ມ
Lao ONLY VER Summit Home company profile draft1-32
ເຈົ້າຂອງໂຄງການ: ເອກະຊົນ ທີ່ຕັ້ງ: ບ້ານ ສາຍລົມ, ເມືອງ...
ອ່ານເພີ່ມ
Lao ONLY VER Summit Home company profile draft1
ເຈົ້າຂອງໂຄງການ: ເອກະຊົນທີ່ຕັ້ງ: ບ້ານ ຊຽງຍືນ, ເມືອງ...
ອ່ານເພີ່ມ